ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ພະລາທິການກອງທັບ ຈັດກອງປະຊຸມສ້າງແຜນກໍານົດພະນັກງານນໍາພາ-ບັນຊາຂັ້ນກະຊວງປ້ອງກັນປະເທດຄຸ້ມຄອງ


    ໃນວັນທີ 21 ມິຖຸນາ 2023 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ຈັດກອງປະຊຸມການສ້າງແຜນການກໍານົດພະນັກງານນໍາພາ-ບັນຊາຂັ້ນກະຊວງປ້ອງກັນ ປະເທດ ຄຸ້ມຄອງ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຄໍາເພັດ ສີຊານົນ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ພະລາ ທິການກອງທັບ, ມີຄະນະພັກກະຊວງປ້ອງກັນປະເທດ, ຄະນະພັກອົງການກົມໃຫຍ່, ຄະນະກົມຈັດຕັ້ງພັກ, ກົມພະນັກງານ, ບັນດາ 7 ກົມນ້ອຍ, 3 ຫ້ອງການ ທີ່ຂຶ້ນກັບກົມໃຫຍ່ພະລາທິການກອງທັບ, ກົມກອງໃນເຂດໃຈກາງນະຄອນຫຼວງ ແລະ ພະນັກງານ, ວິຊາການ ທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພົນຕີ ຄໍາເພັດ ສີຊານົນ ໄດ້ກ່າວໄຂກອງປະຊຸມ, ໂດຍປະຕິບັດຕາມກົດລະບຽບຂອງພັກປະຊາຊົນປະຕິວັດລາວ ສະໄໝທີ XI ຂອງພັກ, ເຊິ່ງນອນຢູ່ໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວກອງທັບ, ທົ່ວປວງຊົນລາວທັງຊາດ ພວມເບີກບານມ່ວນຊື່ນຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດ ລາວເຂົ້າສູ່ຊີວິດຕົວຈິງ, ເວົ້າລວມເວົ້າສະເພາະຢູ່ໃນຖັນແຖວກອງທັບ ກໍຄືຢູ່ໃນກົມກອງຂອງພວກເຮົາໄດ້ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງຄະນະພັກກະຊວງປ້ອງກັນປະເທດ ຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງຄະນະພັກອົງການກົມໃຫຍ່ພະລາທິການ ກອງທັບ, ການດໍາເນີນກອງປະຊຸມສ້າງແຜນການກໍານົດພະນັກງານນໍາພາ-ບັນຊາຂັ້ນກະຊວງປ້ອງກັນປະເທດ ຄຸ້ມຄອງ, ຈຸດປະສົງຄາດໝາຍ ແມ່ນການຄາດຄະ ເນເປົ້າໝາຍພະນັກງານທີ່ຈະຈັດວາງເຂົ້າໃນຕຳແໜ່ງນຳພາ-ຄຸ້ມຄອງແຕ່ລະຂັ້ນ, ແຕ່ລະຂະແໜງການ, ແນໃສ່ຮັບປະກັນລັກສະນະສືບທອດປ່ຽນແທນຕໍ່ເນື່ອງ ໃນສະເພາະໜ້າ ແລະ ຍາວນານ, ກະກຽມບຸກຄະລາກອນໃນລັກສະນະເປີດກວ້າງ ເພື່ອໃຫ້ມີແຫຼ່ງເລືອກເຟັ້ນພະນັກງານນຳພາ-ຄຸ້ມຄອງຕອບສະໜອງທາງດ້ານ ຈຳນວນ, ຄຸນນະພາບ, ໂຄງປະກອບບຸກຄະລະກອນໃຫ້ຄົບຊຸດຕາມຄວາມຮຽກຮ້ອງຕ້ອງການຂອງບັນດາຕຳແໜ່ງນຳພາ-ຄຸ້ມຄອງແຕ່ລະຂັ້ນ, ແຕ່ລະຂະແໜງ ການໃນລະບົບການເມືອງ ເພື່ອຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ການຫັນປະເທດເປັນອຸດສຳຫະກຳ ແລະ ທັນສະໄໝເທື່ອລະກ້າວ, ແນ ໃສ່ປົກປັກຮັກສາ ແລະ ສ້າງສາປະເທດຊາດຕາມຈຸດໝາຍສັງຄົມນິຍົມ. ກອງປະຊຸມດັ່ງກ່າວ, ແມ່ນຈະໄດ້ຮັບຟັງບົດສະຫຼຸບການສ້າງແຜນກຳນົດ ພະນັກງານ ນຳພາ-ບັນຊາຢູ່ກົມໃຫຍ່ພະລາທິການກອງທັບໃນໄລຍະ 1 ປີຜ່ານມາ ແລະ ມະຕິວ່າດ້ວຍວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ, ມະຕິວ່າດ້ວຍ ມາດຕະຖານຂອງພະນັກງານນໍາພາ-ຄຸ້ມຄອງ ແລະ ກອງປະຊຸມໃນຄັ້ງນີ້, ບັນດາສະມາຊິກພັກຈະໄດ້ປະກອບຄຳຄິດ, ຄຳເຫັນຕໍ່ບັນຫາເນື້ອໃນດັ່ງກ່າວຢ່າງຄົບ ຖ້ວນ ແລະ ຈະໄດ້ພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດເລືອກຕັ້ງເອົາພະນັກງານນຳພາ- ບັນຊາຢູ່ອົງຄະນະພັກກົມໃຫຍ່ພະລາທິການກອງທັບ ໃຫ້ໄດ້ ຕາມລະດັບຄາດໝາຍຂອງຂັ້ນເທິງວາງອອກ.

ແຫຼ່ງທີ່ມາ:ຄຳ​ປະ​ສົງ ລາດ​ຊະ​ວົງ
ວັນທີ 22/06/2023